ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ II ປີ 2023 ເຂດພາກກາງ


   ວັນທີ 16 ມິຖຸນາ 2023 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ II ປີ 2023 ຂອງບັນດາກົມກອງ ເຂດພາກກາງ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີບັນດາຕາງໜ້າຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຄຳມ່ວນ, ສະຫວັນນະເຂດ, ບໍລິຄຳໄຊ, ກອງພົນທີ 4 ແລະ ບັນດາຫົວໜ່ວຍກົມກອງເຂດພາກກາງ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ຕາງໜ້າຄະນະພັກ-ຄະນະບັນຊາ ຂອງແຕ່ລະກົມກອງ ກໍໄດ້ຂຶ້ນລາຍງານສະພາບ ໂດຍຫຍໍ້ ປະຈຳໄຕມາດ II ປີ 2023 ແລະ ທິດທາງແຜນການປະຈຳໄຕມາດ III ປີ 2023 ເຊິ່ງໃນໄລຍະຜ່ານມາກໍໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກຢ່າງເຂັ້ມງວດ, ສະຫຼຸບລາຍງານຕີ ລາຄາຄືນດ້ານດີ, ດ້ານອ່ອນ, ພ້ອມທັງວິທີແກ້ໄຂໃນຕໍ່ໜ້າ, ຕີຖອຍໄດ້ທຸກປະກົດການ ທີ່ເກີດຂຶ້ນໃນສັງຄົມ, ໄປພ້ອມກັບການສຶກສາອົບຮົມວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈແຈ້ງ, ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງເປັນປົກກະຕິ, ຈັດຕັ້ງອົບຮົມ- ຫັດແອບວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບເປັນປະຈຳເພື່ອເຮັດໃຫ້ມີຄວາມຊຳນິຊຳນານຂຶ້ນຕື່ມ ພ້ອມທັງ ເຄື່ອນໄຫວຕ້ານ-ສະກັດກັ້ນປະກົດການ ຫຍໍ້ທໍ້ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບໃນຂອບເຂດຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ 100%. ໃນຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ເຊິ່ງກ່ອນອື່ນກໍໄດ້ຍົກໃຫ້ເຫັນສະພາບການຕ່າງໆ ຂອງໂລກ, ພາກພື້ນ ແລະ ພາຍໃນທີ່ເກີດຂຶ້ນ, ພ້ອມທັງຮຽກຮ້ອງໃຫ້ສືບ ຕໍ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາ ພາຂອງພັກ, ປະຕິບັດກົດໝາຍ ຂອງລັດ, ຂອງກອງທັບ ແລະ ເຮັດສຳເລັດໜ້າ ທີ່ ທີ່ໄດ້ຮັບມອບໝາຍ, ໂດຍສະເພາະແມ່ນວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ຕິດພັນກັບການ ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານ ສູ້ຮົບຕິດລຽນ, ໄປຄວບຄູ່ກັບການເຮັດໃຫ້ສະພາບມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເອົາໃຈໃສ່ ປັບ ປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ປົກປັກຮັກສາພາຫະນະເຕັກນິກ, ອາວຸດຍຸດໂທປະກອນ ຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ພ້ອມກັນຈັດ ຕັ້ງເພີ່ມພູນຜະລິດຜົນເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບດີຂຶ້ນ ໂດຍການປະຕິບັດນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນການຫັນກອງທັບ ກ້າວຂຶ້ນເປັນກອງທັບປະຕິວັດ ມີແບບແຜນ ແລະ ທັນສະໄໝ.


ແຫຼ່ງທີ່ມາ:ເກດ​ມະ​ນີ ສຸ​ວັນ​ນະ​ລາດ
ວັນທີ 21/06/2023